ເລື່ອງເລົ່າ ແລະ ຍີ່ຫໍ້ | Green SM

GREEN SM
ສ້າງຄວາມລຶງເຄີຍການນໍາໃຊ້
ຍານ​ພາ​ຫະ​ນະ​ສີ​ຂຽວ​
About banner
ວິໄສທັດ
ຊຸກຍູ້ຂະບວນການເດິນທາງຮັກສາສິ່ງແວດລ້ອມທີ່ເປັນການ​ຂົນ​ສົ່ງ​ແບບ​ຍືນ​ຍົງ​ຂອງ​ໂລກ.
ພາລະກິດ
ສ້າງ​ການ​ແກ້​ໄຂ​ການ​ຂົນ​ສົ່ງ​ສີ​ຂຽວ​, ສະ​ດວກ​ ແລະ​ ຍືນ​ຍົງ​.
ຄຸນຄ່າຫຼັກ
ເທັກໂນໂລຍີ - ອາລະຍະທໍາ - ຄວາມໄວ້ວາງໃຈ
About GSM
ກ່ຽວກັບ GSM
ວັນ​ທີ 6 ມີນາ 2023, ທ່ານ​ປະທານ​ກຸ່ມ Vingroup ທ່ານ Pham Nhat Vuong ​ໄດ້​ປະກາດ​ສ້າງ​ຕັ້ງ​ບໍລິສັດ​ຫຸ້ນ​ສ່ວນ Green and Smart Mobility - GSM, ​ເປັນ​ຫົວໜ່ວຍ​ໃຫ້​ເຊົ່າ​ລົດ​ຂົນ​ສົ່ງ​ທີ່ເພື່ອສິ່ງແວດລ້ອມ ​ແລະ ມິການເອິ້ນຜ່ານແອັບໂດຍໃຊ້ລົດໄຟຟ້າທຳ​ອິດ​ຂອງ​ໂລກ.
GSM ດໍາເນີນທຸລະກິດສ່ວນໃຫຍ່ໃນ 2 ຂົງເຂດຄື: ການບໍລິການຈອງລົດໄຟຟ້າ ແລະ ການເຊົ່າລົດໄຟຟ້າໃຫຍ່ - ລົດຈັກໄຟຟ້າ ດ້ວຍຂະໜາດການລົງທຶນລົດໃຫຍ່ 20,000 ຄັນ ແລະ ລົດຈັກ 60,000 ຄັນ. ໂດຍສະເພາະ, GSM ໃຫ້ບໍລິການເດີນທາງດ້ວຍລົດໄຟຟ້າ ແລະລົດຈັກໄຟຟ້າ. ພ້ອມກັນນັ້ນ, GSM ຍັງໃຫ້ເຊົ່າລົດໄຟຟ້າ ແລະ ລົດຈັກໄຟຟ້າ ໃຫ້ແກ່ບໍລິສັດຂົນສົ່ງອື່ນໆ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານໃນການເດິນທາງສີຂຽວ.
GSM ຕັ້ງເປົ້າໝາຍປັບປຸງພຶດຕິກໍາການນໍາໃຊ້ຢານພາຫະນະຂອງປະຊາຊົນ ໃຫ້ຫັນມານໍາໃຊ້ພາຫະນະໄຟຟ້າ, ພ້ອມທັງເປັນການໃຫ້ຄວາມຮູ້ ແລະ ໃຫ້ປະຊາຊົນທຸກຄົນໄດ້ລອງປະສົບການທີ່ສະດວກ, ທັນສະໄໝ ແລະ ຢືນຍົງ ຂອງຍານພາຫະນະທີ່ເປັນມິດຕໍ່ສິ່ງແວດລ້ອມ. ຜ່ານຫລາກຫລາຍຮູບແບບ, GSM ຈະປະກອບສ່ວນນໍາຍານພາ ຫະນະໄຟຟ້າ VinFast ເຂົ້າເຖີງລູກຄ້າ ແລະ ຄ່ອຍໆຫັນປ່ຽນພຶດຕິກໍາການນໍາໃຊ້ຍານພາຫະນະທີ່ທັນສະໄໝ, ເປັນມິດຕໍ່ສີ່ງແວດລ້ອມເຂົ້າໃນຊີວິດປະຈໍາວັນ ຂອງປະຊາຊົນ, ເພື່ອໃຫ້ທຸກຄົນໄດ້ມີໂອກາດທົດລອງໃຊ້ບໍລິການລົດແທັກຊີໄຟຟ້າ ທີ່ທັນສະໄໝ ບໍ່ມີສຽງລົບກວນ ແລະ ບໍ່ປ່ອຍມົນລະພິດ.
ພວກ​ເຮົາ​​ສັນຍາ​ຈະຜ່າ​ນຄວາມ​ຫຍຸ້ງຍາກທັງໝົດ​ ​ແລະ ສ້າງວິທີ​ແກ້​ໄຂ​ການ​ຄົມມະນາຄົມ​ທີ່​ສະດວກ ​ແລະ ຍືນ​ຍົງ.
- ຜູ້ອໍານວຍການທົ່ວໄປຂອງ GSM Global
About us qoute
ກ່ຽວກັບ Green SM
ສີທີ່ບົ່ງບອກເອກະລັກຂອງ Green SM
Green SM ແມ່ນຊື່ເຄື່ອງໝາຍການຄ້າໃຫ້ບໍລິການລົດແທັກຊີໄຟຟ້າແຫ່ງທໍາອິດຈາກປະເທດ ສສ ຫວຽດນາມ. ປະຈຸບັນ ພວກເຮົາກໍາລັງສືບຕໍ່ຂະຫຍາຍການໃຫ້ບໍລິການຢູ່ໃນຕະຫລາດສາກົນ.
ຜ່ານການໃຫ້ບໍລິການທີ່ແຕກຕ່າງກັນ ລົດແທັກຊີ ແຊັງເອັດສ໌ເອັມ ຂອງພວກເຮົາແມ່ນໃຫ້ບໍລິການດ້ວຍລົດໄຟຟ້າ VinFast ເຊີ່ງເປັນພາຫະນະທີ່ ບໍ່ປ່ອຍມົນລະພິດ, ບໍ່ມີກິ່ນນໍ້າມັນ, ບໍ່ມີສຽງດັງຂອງເຄື່ອງຈັກ, ດີຕໍ່ສຸຂະພາບ ແລະ ເປັນມິດກັບສິ່ງແວດລ້ອມ. ດ້ວຍທີມງານຂັບລົດທີ່ໄດ້ຮັບການຝຶກອົບຮົມຢ່າງມືອາຊີບ, ມີວິຊາສະເພາະຕາມຫລັກການ, ໃຫ້ບໍລິການຢ່າງຈິງໃຈ, ດ້ວຍເຫດຜົນດັ່ງກ່າວນີ້ Green SM ຮັບປະກັນຄຸນນະພາບການໃຫ້ບໍລິການທີ່ເປັນເລີດ ລະດັບ 5 ດາວ ແກ່ຜູ້ຊົມໃຊ້.
About xanhsm
ວັດທະນະທໍາ ແລະ ຜູ້ຄົນ GSM
"Green" ບໍ່ພຽງແຕ່ກຳນົດຮູບແບບການເຮັດວຽກຂອງພະນັກງານໃນລະບົົບ GSM, ແຕ່ຍັງເປັນແຮງບັນດານໃຈຊຸກຍູ້ໃຫ້ພະນັກງານສ້າງຫົວຄິດປະດິດສ້າງແລະ ກ້ວໜ້າໃນທຸກກິດຈະກໍາ: Global Growth - ການພັດທະນາທົ່ວໂລກ Result Focus - ສຸມໃສ່ຜົນໄດ້ຮັບ Excellent Execution - ການປະຕິບັດທີ່ດີເລີດ Energetic Interaction - ການໂຕ້ຕອບທາງບວກ Nothing is Impossible - ບໍ່ມີຫຍັງເປັນໄປບໍ່ໄດ້ ທີມງານມິ 80,000+ ຄົນທີ່ມີວັດທະນະທໍາເປັນເອກະລັກຂອງຊາວ GSM, ຮ່ວມກັນເພື່ອເຮັດໃຫ້ Green SM ກາຍເປັນບໍລິສັດລົດແທັກຊີແຫ່ງຊາດ, ພັດທະນາທຸລະກິດເພື່ອນໍາພາຕະຫຼາດ.
About xanhsm
ສຳຜົນການເດີນທາງຂອງຄວາມສີຂຽວ ດຽວນີ້!
ໂຫລດແອັບ Green SM
google play
apple store
ຂ່າວສານ
ຂ່າວສານ
News thumb
11 November 2026
ນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ສິດທິຜົນປະໂຫຍດທີ່ນ່າສົນໃຈສຳລັບໂຊເຟີແທັກຊີ່ Green SM Vientiane

ຄົ້ນພົບກັບນະໂຍບາຍເງິນເດືອນ, ເງິນໂບນັດ ແລະ ໂຄງການສະໜັບສະໜູນໂຊເຟີ Green SM ຢູ່ ວຽງຈັນ: ເງິນເດືອນພື້ນຖານ 3.000.000 LAK/ເດືອນ, ເງິນໂບນັດຄຸນນະພາບໜ້າວຽກ 1.500.000 LAK/ເດືອນ, ເງິນໂບນັດຖ້ຽວສູງສຸດ 70% ໃນວັນພັກລັດຖະການ ແລະ ສິດທິປະໂຫຍດອື່ນໆອີກຫຼາຍຢ່າງ. 1. ນະໂຍບາຍເງິນເດືອນ ແລະ ໂບນັດສໍາລັບໂຊເຟີ Green SM ຮ່ວມງານກັບ Green SM ປະຈຳນະຄອນຫຼວງວຽງຈັນ ໂຊເຟີຈະໄດ້ຮັບເງິນເດືອນພື້ນຖານທີ່ໝັ້ນຄົງພ້ອມກັບເງິນໂບນັດຫລາກຫຼາຍລາຍການ. ນອກຈາກນີ້, ໂຊເຟີຈະໄດ້ຮັບປະກັນໄພຕາມກົດໝາຍຂອງປະເທດລາວຫຼັງຈາກເຊັນສັນຍາຢ່າງເປັນທາງການກັບ Green SM. ໂດຍສະເພາະຍ່າງຍິ່ງ ເມື່ອໂຊເຟີເຮັດວຽກໃນວັນພັກລັດຖະການ ສາມາດຮັບສ່ວນແບ່ງສູງສຸດເຖິງ 70%. ກຸ່ມເປົ້າໝາຍທີ່ໃຊ້ອ້າງອີງ: ໂຊເຟີແທັກຊີ່ Green SM ຢູ່ລາວ ໃຫ້ບໍລິການ 2 ປະເພດຄື: Green Car ແລະ Green Limo (ອ້າງອີງກັບຄົນຂັບແທັກຊີ່ທີ່ເຊັນສັນຍາຝຶກອົບຮົມ/ສັນຍາທົດລອງງານ/ສັນຍາຈ້າງງານກັບບໍລິສັດ) ນະໂຍບາຍວາງເງິນມັດຈໍາ: ສຳລັບໂຊເຟີໃໝ່ Green […]

XanhSM Sole Co., Ltd
ສາຍດ່ວນ: 021 988 888
ອີເມວບໍລິສັດ: support.la@greensm.com
ຖະໜົນໄກສອນພົມວິຫານ,ບ້ານພະຂາວ,ໄຊທານີ,ນະຄອນຫຼວງວຽງຈັນ
ຊັບພະສົງທັງໝົດ
FacebookLinkedIn
© 2026 Green SM. ສະຫງວນລິຂະສິດທຸກປະການ. | ຂໍ້ກຳນົດ ແລະ ກົດໝາຍ | ນະໂຍບາຍຄວາມເປັນສ່ວນຕົວ | ການຕັ້ງຄ່າ Cookies
google play
apple store
ສະແກນເພື່ອດາວໂຫລດແອັບ
Download app qrcode
Download app qrcode